ປະຫວັດຄວາມເປັນມາ

...
1. ຂໍ້ມູນກ່ຽວກັບບໍລິສັດ

     ບໍລິສັດ ນິວຈິບເຊັງ ຈຳກັດ ເປັນບໍລິສັດຕົວແທນຈຳໜ່າຍຜະລິດຕະພັນຍີ່ຫໍ້ HONDA ພຽງຜູ້ດຽວໃນ ສປປ ລາວ ໂດຍໄດ້ຮັບການແຕ່ງຕັ້ງຈາກ ບໍລິສັດ HONDA MOTOR ປະເທດຍີ່ປຸ່ນ.        ບໍລິສັດ ສ້າງຕັ້ງຂື້ນໃນ ວັນທີ: 15 ກຸມພາ 1991 ບໍລິສັດ ນິວຈິບເຊັງ ຈຳກັດ ຕັ້ງຢູ່ ບ້ານວັດໄຕໃຫຍ່ທົ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.ເປັນບໍລິສັດເອກະຊົນລົງທຶນ 100%. ໂຮງງານຕັ້ງຢູ່ ບ້ານສົມສະໜຸກ ເມືອງຫາດຊາຍຟອງ ເປັນໂຮງງານປະກອບລົດຈັກ ຍີ່ຫໍ້ HONDA ແລະ ຜະລິດສິ້ນສ່ວນອາໄຫລ່ HONDA ແລະ ດຳເນີນທຸລະກິດເປັນຫຼັກໃນດ້ານການນຳເຂົ້າ ແລະ ຈັດຈຳໜ່າຍຜະລິດຕະພັນຍີ່ຫໍ້ຮອນດ້າແຕ່ພຽງຜູ້ດຽວໃນ ສ.ປ.ປ.ລາວ ຈຳໜ່າຍລົດຈັກ HONDA , ລົດໃຫຍ່ HONDA , ເຄື່ອງຈັກອະເນກປະສົງ HONDA , ອາໄຫຼ່ລົດຈັກ ແລະ ລົດໃຫຍ່ HONDA ແລະ ການໃຫ້ບໍລິການຫຼັງການຂາຍໂດຍລວມໃນປະເທດລາວເຊີ່ງມີຕົວແທນຈຳໜ່າຍໃນທຸກແຂວງທົ່ວປະເທດໄວ້ຄອຍໃຫ້ບໍລິການລູກຄ້າ HONDA ເປົ້າໝາຍຫລັກຂອງບໍລິສັດແມ່ນ: ຕອບສະໜອງສິນຄ້າທີ່ມີຄຸນນະພາບ ແລະ ຕອບສະໜອງການບໍລິການໃຫ້ລູກຄ້າດ້ວຍຄວາມເພີງພໍໃຈ.

1991 - ບໍລິສັດ ນິວຈິບເຊັງ ຂາຍລົດຈັກ Honda ໂດຍນໍາເຂົ້າຈາກປະເທດໄທພະນັກງານເລີ້ມຕົ້ນມີ 32 ຄົນ.
1992 - ສ້າງສະຖານທີ່ປະກອບລົດຈັກຂື້ນ ຢູ່ທີ່ເກົ້າຍອດໃນລະບົບ CKD.
1993 - ເລີ່ມຜະລິດ CKD.
1994 - ເລີ່ມສົ່ງອອກໄປປະເທດຫວຽດນາມ(ປີ1991).
1995 - ສ້າງໂຮງງານປະກອບລົດຈັກຂື້ນ ຢູ່ທີ່ບ້ານສົມສະໜຸກ,ເມືອງ ຫາດຊາຍຟອງ , ນະຄອນຫຼວງວຽງຈັນ
1997 - ຍ້າຍໂຮງງານປະກອບລົດຈັກໄປເກົ້າຍອດ(ຫຼັກ10).
2003 - ເລີ່ມຜະລິດລົດຈັກເວັບ 100
2004 - ໂຮງງານສາມາດຜະລິດສິ້ນສ່ວນອາໄລ່ລົດຈັກ Honda ເພື່ອສົ່ງອອກຕ່າງປະເທດ ໂດຍສີມືຂອງຄົນລາວ (ເປັນແຫ່ງທຳອິດໃນລາວ) ໃນລະບົບ IKD.
2006 - ສົ່ງອອກຊິ້ນສ່ວນຍ່ອຍ NCX ໄປປະເທດກໍາປູເຈຍ
2010 - ບໍລິສັດ ສ້າງຕັ້ງສຳນັກງານໃໝ່ທີ່ ບ້ານວັດໄຕໃຫຍ່ທົ່ງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
2011 - ບໍລິສັດສະເຫຼີມສະຫຼອງວັນຄົບຮອບ 20 ປີ,
2014 - ບໍລິສັດໄດ້ຂະຫຍາຍໂຮງງານປະກອບລົດຈັກ ຈາກປະກອບ 20-30 ຄັນ/ມື້ ປັດຈຸບັນສາມາດປະກອບໄດ້ 50-150 ຄັນ/ມື້.
2017 - ບໍລິສັດປະກອບລົດໂດຍຜະລິດພາຍໃນປະເທດສະເລ່ຍຫຼາຍກວ່າ 20 %
2018 - ບໍລິສັດມີພະນັກງານທັງໝົດ 373 ຄົນ, ກໍາລັງການຜະລິດລົດຈັກແມ່ນ 300 ຄັນຕໍ່ມື້ ເຄື່ອຂ່າຍຕົວແທນຈໍາໜ່າຍຂອງພວກເຮົາ ມີ 86 ຮ້ານ ໂດຍມີຍອດຂາຍ 100,000 ຄັນຕໍ່ປີ

2. ສະຖານທີ່ຕັ້ງ ແລະ ຕໍາແໜ່ງ